ຍິນດີຕ້ອນຮັບເຂົ້າສູ່ເວັບໄຊທ໌ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ
ໂຄງການຜະລິດກະຊິກຳເປັນສິນຄ້າຢູ່ ສປປ ລາວ (LACP) ແມ່ນໜຶ່ງໃນໂຄງການທີ່ສຳຄັນ ເຊິງໄດ້ຮັບໜ້າທີ່ມອບໝາຍຈາກ ກະຊວງກະສິກຳ ແລະ ປ່າໄມ້. ຈຸດປະສົງແມ່ນເພື່ອເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງໂຕ່ງໂສ້ມູນຄ່າຂອງສິນຄ້າກະສິກຳໃນພື້ນທີ່ໂຄງການ.
ເຊິ່ງພາຍໃນເວັບໄຊທ໌ດັ່ງກ່າວນີ້ ປະກອບມີ: ລະບຽບ, ແຈ້ງການ, ຂ່າວສານ, ສິ່ງພິມ ແລະ ຂໍ້ມູນຕ່າງໆ ທີ່ຜູ້ນຳໃຊ້ເວັບໄຊທ໌ສາມາດເບິ່ງ ແລະ ດາວໂຫຼດມາເກັບໄວ້ໄດ້.
ກອງປະຊຸມ ຄະນະຊີ້ນຳຄັ້ງທີ II ສຳລັບໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ
22nd ເດືອນກຸມພາ 2021
ກອງປະຊຸມຄະນະຊີ້ນຳ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ II ໄດ້ຈັດຂື້ນໃນ ວັນທີ 16 ກຸມພາ 2021, ທີ່ໂຮງແຮມ ອະມາຣິ, ເມືອງວັງວຽງ, ແຂວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ຮອງລັດຖມົນຕີກະຊວງກະສິກຳ ແລະ ປ່າໄມ້ ...
ກອງປະຊຸມເຝິກອົບຮົມກ່ຽວກັບວຽກຄຸ້ມຄອງການກໍ່ສ້າງສ້ອມແປງ ແລະ ຟື້ນຟູໂຄງການຊົນລະປະທານ
25th ເດືອນມັງກອນ 2021
ໃນລະຫວ່າງວັນທີ 12-13 ມັງກອນ 2021. ຫ້ອງການປະສານງານຂັ້ນສູນກາງໄດ້ຈັດ ກອງປະຊຸມເຝິກອົບຮົມກ່ຽວກັບ ວຽກຄຸ້ມຄອງການກໍ່ສ້າງສ້ອມແປງ ແລະ ຟື້ນຟູ ໂຄງການຊົນລະປະທານ, ທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ບຸນຄ້ຳ ສີດາວົງ, ຫົວໜ້າກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້. ກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 75 ຄົນໂດຍມາຈາກ ຄະນະປະສານງານໂຄງການການຂັ້ນສູນກາງ ...
ພາລະກິດການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 5 (ຜ່ານການປະຊຸມທາງໄກ) ລະຫວ່າງວັນທີ 17-23 ທັນວາ, 2020
4th ເດືອນມັງກອນ 2021
ພາລະກິດການສະຫນັບສະໜຸນການຈັດຕັ້ງປະຕິບັດໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 5 (ຜ່ານການປະຊຸມທາງໄກ) ໃນລະຫວ່າງວັນທີ 17-23 ທັນວາ 2020, ທີ່ຫ້ອງປະຊຸມທາງໄກ ສະໂມສອນກະຊວງກະສິກຳ ແລະ ປ່າໄມ້. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ພົມມີ ອິນທິຈັກ, ຮອງຫົວໜ້າກົມແຜນການ ແລະ ການເງິນ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາກົມວິຊາການທີ່ເປັນຈຸດປະສານງານຂອງ ກະຊວງກະສິກຳ ...
ກອງປະຊຸມປຶກສາຫາລືຜ່ານຄູ່ມືຝຶກອົບຮົມເຕັກນິກການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບ ການນຳໃຊ້ເຄື່ອງກົນຈັກເຂົ້າໃນການຈັດຕັ້ງປະຕິບັດໂຄງການ LACP
26th ເດືອນສິງຫາ 2020
ໃນວັນທີ 26 ສິງຫາ 2020 ໂຄງການຜະລິດກະສິກຳເປັນສິຄ້າ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານຄູ່ມືຝຶກອົບຮົມເຕັກນິກການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບ ການນຳໃຊ້ເຄື່ອງກົນຈັກເຂົ້າໃນການຈັດຕັ້ງປະຕິບັດໂຄງການ ທີ່ ຫ້ອງປະຊຸມ 101 ກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ປ່າໄມ້. ກອງປະຊຸມໃນຄັ້ງນີ້ເປັນປະທານໂດຍ ທ່ານ ພູທອນ ...