ຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຮັບຜິດຊອບໃຫ້ແກ່ວິຊາການຂອງກຸ່ມ (ຜູ້ຊ່ວຍກຸ່ມຊາວກະສິກອນ) Post author:admin Post published:24th ເດືອນມີນາ 2021 Post category:Uncategorised Post comments:0 Comments ໃນລະຫວ່າງວັນທີ 17-19 ມີນາ 2021, ຫ້ອງການປະສານງານໂຄງການຂັ້ນສູນກາງ ໄດ້ຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຮັບຜິດຊອບໃຫ້ແກ່ວິຊາການຂອງກຸ່ມ (ຜູ້ຊ່ວຍກຸ່ມຊາວກະສິກອນ), ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ປິດ ພົມເພັດ, ຮອງຫົວໜ້າພະແນກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ທ່ານ ພູທອນ ສີຣິພັນທອງ, ຫົວໜ້າປະສານງານ ໂຄງການຜະລິດກະສິກຳເປັນສິຄ້າຢູ່ ສປປ ລາວ. ກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 35 ຄົນໂດຍມາຈາກ ຄະນະປະສານງານໂຄງການການຂັ້ນສູນກາງ ແລະ ຂັ້ນແຂວງ, ຜູ້ຊ່ວຍກຸ່ມຊາວກະສິກອນ ແລະ ທີ່ປຶກສາໂຄງການຂັ້ນສູນກາງ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂັ້ມແຂວງ ແລະ ຄວາມຮັບຜິດຊອບໃຫ້ແກ່ວິຊາການຂອງກຸ່ມເພື່ອເຂົ້າ ໃຈໃນການຊ່ວຍເຫລືອ ແລະ ສະໜັບສະໜູນແກ່ຊາວກະສິກອນຄືແນວໃດໃນການຈັດຕັ້ງການຝຶກອົບຮົມ, ການທ່າຍຖອດຄວາມຮູ້ກ່ຽວກັບການຜະລິດເມັດພັນ, ການຜະລິດເຂົ້າເປັນສິນຄ້າໃຫ້ແກ່ຊາວນາຈາກການກະກຽມການຜະລິດຈົນຮອດຫຼັງເກັບກ່ຽວ, ສ້າງຄວາມຮູ້ຄວາມສາມາດຂອງພະນັກງານວິຊາການກຸ່ມໃນການເຮັດໜ້າທີ່ຊ່ວຍເຫລືອພະນັກງານສົ່ງເສີມຂອງເມືອງ ແລະ ແຂວງ ໃນການເກັບກໍາຂໍ້ມູນການຜະລິດ, ຂໍ້ມູນກ່ຽວກັບການລົງທຶນຂອງກຸ່ມ ແລະ ການນໍາໃຊ້ກະສິກໍາທີ່ດີຂອງກຸ່ມຊາວນາ ແລະ ນໍາຂໍ້ມູນສົ່ງຫາເມືອງໃນແຕ່ລະອາທິດ ແລະ ຫາແຂວງໃນແຕ່ລະເດືອນ ແລະ ຫາສູນກາງຕໍໄປໃນແຕ່ລະງວດ. You Might Also Like ກອງປະຊຸມປຶກສາຫາລືຜ່ານຄູ່ມືຝຶກອົບຮົມເຕັກນິກການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບ ການນຳໃຊ້ເຄື່ອງກົນຈັກເຂົ້າໃນການຈັດຕັ້ງປະຕິບັດໂຄງການ LACP 26th ເດືອນສິງຫາ 2020 ກອງປະຊຸມ ຄະນະຊີ້ນຳຄັ້ງທີ II ສຳລັບໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ 22nd ເດືອນກຸມພາ 2021 ຄະນະທີມງານທະນາຄານໂລກ ລົງຢ້ຽມຢາມໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ນະຄອນຫຼວງວຽງຈັນ 12th ເດືອນກັນຍາ 2022 ຕອບກັບ ຍົກເລີກການຕອບກັບCommentEnter your name or username to comment Enter your email address to comment Enter your website URL (optional) Δ
ກອງປະຊຸມປຶກສາຫາລືຜ່ານຄູ່ມືຝຶກອົບຮົມເຕັກນິກການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບ ການນຳໃຊ້ເຄື່ອງກົນຈັກເຂົ້າໃນການຈັດຕັ້ງປະຕິບັດໂຄງການ LACP 26th ເດືອນສິງຫາ 2020