ຍິນດີຕ້ອນຮັບເຂົ້າສູ່ເວັບໄຊທ໌ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ
ໂຄງການຜະລິດກະຊິກຳເປັນສິນຄ້າຢູ່ ສປປ ລາວ (LACP) ແມ່ນໜຶ່ງໃນໂຄງການທີ່ສຳຄັນ ເຊິງໄດ້ຮັບໜ້າທີ່ມອບໝາຍຈາກ ກະຊວງກະສິກຳ ແລະ ປ່າໄມ້. ຈຸດປະສົງແມ່ນເພື່ອເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງໂຕ່ງໂສ້ມູນຄ່າຂອງສິນຄ້າກະສິກຳໃນພື້ນທີ່ໂຄງການ.
ເຊິ່ງພາຍໃນເວັບໄຊທ໌ດັ່ງກ່າວນີ້ ປະກອບມີ: ລະບຽບ, ແຈ້ງການ, ຂ່າວສານ, ສິ່ງພິມ ແລະ ຂໍ້ມູນຕ່າງໆ ທີ່ຜູ້ນຳໃຊ້ເວັບໄຊທ໌ສາມາດເບິ່ງ ແລະ ດາວໂຫຼດມາເກັບໄວ້ໄດ້.
ໂຄງການ ຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ມອບລົດໄຖນາ ໃຫ້ກຸ່ມຜະລິດແນວພັນເຂົ້າ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ.
4th ເດືອນສິງຫາ 2020
ໃນວັນທີ 23 ກໍລະກົດ 2020 ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ໄດ້ມອບລົດໄຖນາຈຳນວນ 07 ຄັນ ໃຫ້ແກ່ກຸ່ມຜະລິດແນວພັນເຂົ້າລຸ້ນ ທັງໝົດ 07 ກຸ່ມຄື: ກຸ່ມຜະລິດແນວພັນເຂົ້າບ້ານຈຸ້ມ, ບ້ານແຈ້ງ, ບ້ານໂພນຄຳ, ບ້ານນາຄອງ, ບ້ານປາກຫາງ, ບ້າວນພະທາວ ແລະ ບ້ານໜອງພົງ ຢູ່ ເມືອງທຸລະຄົມ, ...
ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ໄດ້ສະໜັບສະໜູນອຸປະກອນຫ້ອງແລັບ ໃຫ້ສູນຄົ້ນຄ້ວາເຂົ້າ ແລະ ສູນຄົ້ນຄ້ວາພືດຜັກ ແລະ ໝາກໄມ້ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.
22nd ເດືອນກໍລະກົດ 2020
ໃນວັນທີ 16 ເດືອນກໍລະກົດ ປີ 2020, ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ໄດ້ມອບອຸປະກອນຫ້ອງແລັບໃຫ້ ສູນຄົ້ນຄວ້າເຂົ້າ ແລະ ສູນຄົ້ນຄ້ວາພືດຜັກ ແລະ ໝາກໄມ້ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອຈັດຕັ້ງປະຕິບັດພາລະບົດບາດຂອງພວກເຂົາໃນການສົ່ງເສີມການຜະລິດແນວພັນທີ່ດີ ແລະ ມີຄຸນນະພາບ. ບັນດາສູນດັ່ງກ່າວສະໜັບສະໜູນກິດຈະກຳຕ່າງໆຂອງໂຄງການໃນການສົ່ງເສີມການຜະລິດເມັດພັນທີ່ດີ ແລະ ມີຄຸນນະພາບ. ...
ກອງປະຊຸມການລົງຕິດຕາມ-ຊຸກຍູ້ ການເກັບ, ປັບປຸງ ແລະ ສັງລວມຂໍ້ມູນ ກຸ່ມຜະລິດ ແລະ ຂໍ້ມູນບ້ານ ຮອບທີ 4, ພ້ອມດ້ວຍການເຜີຍແຜ່ກອບສິ່ງແວດລ້ອມ ແລະ ສັງຄົມ (EFS) ກ່ຽວກັບການປ້ງກັນພະຍາດໂຄວິດ-19 ແລະ ຕິດຕາມຊຸກຍູ້ຂັ້ນຕອນການຂຽນແຜນການລົງທຶນຂອງກຸ່ມຊາວກະສິກອນ ຢູ່ ແຂວງໄຊຍະບູລີ.
7th ເດືອນກໍລະກົດ 2020
ໃນລະຫວ່າງວັນທີ 02-03 ກໍລະກົດ 2020 ຄະນະປະສານງານ ແລະ ທີມງານທີ່ປຶກສາ ຂອງຫ້ອງການປະສານງານໂຄງການຂັ້ນສູນກາງ ໄດ້ລົງເຄື່ອນໄຫວເຮັດວຽກພາກສະໜາມ ເພື່ອຕິດຕາມຊຸກຍູ້ວຽກງານຕິດຕາມ ແລະ ປະເມີນຜົນຂອງໂຄງການກ່ຽວກັບ ການເກັບ, ປັບປຸງ ແລະ ສັງລວມຂໍ້ມູນ ກຸ່ມຜະລິດ ແລະ ຂໍ້ມູນບ້ານ ຮອບທີ 4, ພ້ອມດ້ວຍການເຜີຍແຜ່ກອບສິ່ງແວດລ້ອມ ແລະ ສັງຄົມ (EFS) ...
ກອງປະຊຸມການລົງຕິດຕາມ-ຊຸກຍູ້ ການເກັບ, ປັບປຸງ ແລະ ສັງລວມຂໍ້ມູນ ກຸ່ມຜະລິດ ແລະ ຂໍ້ມູນບ້ານ ຮອບທີ 4, ພ້ອມດ້ວຍການເຜີຍແຜ່ກອບສິ່ງແວດລ້ອມ ແລະ ສັງຄົມ (EFS) ກ່ຽວກັບການປ້ງກັນພະຍາດໂຄວິດ-19 ແລະ ຕິດຕາມຊຸກຍູ້ຂັ້ນຕອນການຂຽນແຜນການລົງທຶນຂອງກຸ່ມຊາວກະສິກອນ ຢູ່ ແຂວງວຽງຈັນ
7th ເດືອນກໍລະກົດ 2020
ໃນລະຫວ່າງວັນທີ 29-30 ມິຖຸນາ 2020 ຄະນະປະສານງານ ແລະ ທີມງານທີ່ປຶກສາ ຂອງຫ້ອງການປະສານງານໂຄງການຂັ້ນສູນກາງ ໄດ້ລົງເຄື່ອນໄຫວເຮັດວຽກພາກສະໜາມ ເພື່ອຕິດຕາມຊຸກຍູ້ວຽກງານຕິດຕາມ ແລະ ປະເມີນຜົນຂອງໂຄງການກ່ຽວກັບ ການເກັບ, ປັບປຸງ ແລະ ສັງລວມຂໍ້ມູນ ກຸ່ມຜະລິດ ແລະ ຂໍ້ມູນບ້ານ ຮອບທີ 4, ພ້ອມດ້ວຍການເຜີຍແຜ່ກອບສິ່ງແວດລ້ອມ ແລະ ສັງຄົມ (EFS) ...