ຍິນດີຕ້ອນຮັບເຂົ້າສູ່ເວັບໄຊທ໌ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ

ໂຄງການຜະລິດກະຊິກຳເປັນສິນຄ້າຢູ່ ສປປ ລາວ (LACP) ແມ່ນໜຶ່ງໃນໂຄງການທີ່ສຳຄັນ ເຊິງໄດ້ຮັບໜ້າທີ່ມອບໝາຍຈາກ ກະຊວງກະສິກຳ ແລະ ປ່າໄມ້. ຈຸດປະສົງແມ່ນເພື່ອເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງໂຕ່ງໂສ້ມູນຄ່າຂອງສິນຄ້າກະສິກຳໃນພື້ນທີ່ໂຄງການ.
ເຊິ່ງພາຍໃນເວັບໄຊທ໌ດັ່ງກ່າວນີ້ ປະກອບມີ: ລະບຽບ, ແຈ້ງການ, ຂ່າວສານ, ສິ່ງພິມ ແລະ ຂໍ້ມູນຕ່າງໆ ທີ່ຜູ້ນຳໃຊ້ເວັບໄຊທ໌ສາມາດເບິ່ງ ແລະ ດາວໂຫຼດມາເກັບໄວ້ໄດ້.

ປະຫວັດຄວາມເປັນມາ

ຈຸດປະສົງຂອງໂຄງການ

ພື້ນທີ່ເປົ້າໝາຍຂອງໂຄງການ

ທີມງານທະນະຄານໂລກ ເຂົ້າຢ້ຽມຄຳນັບ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ

ໃນຕອນເຊົ້າຂອງວັນທີ 19 ກັນຍາ, ທີ່ຫ້ອງຮັບແຂກ ຂອງກະຊວງກະສິກຳ ແລະ ປ່າໄມ້, ທີມງານທະນາຄານໂລກ ນຳໂດຍ ທ່ານ ປາໂວ ເອລິສ ຜູ້ອຳນວຍການໃຫຍ່ ຂະແໜງກະສິກຳ ແລະ ອາຫານ, ຫ້ອງການທະນາຄານໂລກ ປະຈຳສິງກາໂປ ພ້ອມດ້ວຍຄະນະເຂົ້າຢ້ຽມຄຳນັບ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ…

ກອງປະຊຸມກະກຽມໂຄງການ ຜະລິດກະສິກຳສີຂຽວເປັນສິນຄ້າ ຄັ້ງທີ 01

ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມກະກຽມໂຄງການຜະລິດກະສິກຳສີຂຽວເປັນສິນຄ້າ ຄັ້ງທີ່ 01, ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ Binh Thang Cao ຫົວໜ້າທິມທີ່ປຶກສາທະນາຄານໂລກ ມີບັນດາຫົວໜ້າ-ຮອງຫົວໜ້າກົມ…

ກອງປະຊຸມເປີດພາລະກິດຕິດຕາມຊຸກຍູ້ກການຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10

ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ໄດຈັດກອງປະຊຸມເປີດພາລະກິດຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ຄັ້ງທີ 10 ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ບຸນເດດ ສຸດທະວິໄລ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ Binh Thang Cao ຫົວໜ້າທິມທີ່ປຶກສາທະນາຄານໂລກ ມີບັນດາຫົວໜ້າ-ຮອງຫົວໜ້າກົມ…

ພາລະກິດຕິດຕາມເພື່ອທົບທວນຄືນການບໍລິການດ້ານຊົນລະປະທານ ແລະ ກໍານົດຄວາມຕ້ອງການການນຳໃຊ້ຊົນລະ ປະທານ ເພື່ອກະກຽມ ແລະ ອອກແບບ ໃຫ້ແກ່ໂຄງການ Small Green Agriculture Competitiveness Project

ພາລະກິດຕິດຕາມເພື່ອທົບທວນຄືນການບໍລິການດ້ານຊົນລະປະທານ ແລະ ກໍານົດຄວາມຕ້ອງການການນຳໃຊ້ຊົນລະປະທານ ເພື່ອກະກຽມ ແລະ ອອກແບບ ໃຫ້ແກ່ໂຄງການຍົກລະດັບຂີດຄວາມສາມາດການຜະລິດກະສິກຳສີຂຽວຂະໜາດນ້ອຍ (SGACP), ໄດ້ຈັດຂື້ນໃນລະຫວ່າງວັນທີ 05 ຫາ 16 ມິຖຸນາ 2023. ໂດຍການລົງເຮັດວຽກໃນຄັ້ງນີ້ນຳພາໂດຍ ຫົວໜ້າ ແລະ ຄະນະປະສານໂຄງການ LACP ຂັ້ນາສູງກາງ, ພ້ອມດ້ວຍຊ່ຽວຊານດ້ານຊົນລະປະທານ ຈາກອົງການ FAO ຂອງ ທະນາຄານໂລກ…