ໃນວັນທີ 10 ກຸມພາ 2023 ຜ່ານມາ ທີ່ພະແນກກະສິກຳແລະປ່າໄມ້ ແຂວງວຽງຈັນ ທີມງານໂຄງການຜະລິດກະສິກຳເປັນສິນຄ້າ ພ້ອມດ້ວຍທີມງານຈາກທະນຄານໂລກ ໄດ້ເຄື່ອນໄຫວລົງຕິດຕາມຂໍ້ມູນທີ່ແຂວງວຽງຈັນ. ໃຫ້ກຽດຕ້ອນຮັບໂດຍທ່ານ ສົມອົກ ໜໍ່ຈະເລີນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ, ມີທ່ານ ບິງ ຖັງ ກາວ ຫົວໜ້າທີ່ປຶກປຶກສາ ທະນາຄານໂລກ ປະຈຳ ສປປ ລາວ, ມີທີມຊ່ຽວຊານ, ທີມງານຈາກໂຄງການ ພ້ອມພະນັກງານຂະແໜງການຂອງພະແນກ ເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຂໍ້ມຸນກ່ຽວກັບໂຄງການ ໂດຍ ທ່ານ ອຸ່ນລ້ຳ ຫຼວງກອງຄຳ ຫົວໜ້າຜູ້ປະສານງານໂຄງການຜະລິດກະສິກຳເປັນຄ້າ ຂອງແຂວງວຽງຈັນ, ໃນທີ່ປະຊຸມໄດ້ປຶກສາຫາລື ແລກປ່ຽນຂໍ້ມູນທີ່ສຳຄັນຕ່າງໆ ຢ່າງກົງໄປກົງມາ. ແລະ ໃນຕອນບ່າຍຂອງວັນດຽວກັນ ທີມງານດັ່ງກ່າວໄດ້ໄປຢ້ຽມຢາມ ຟາມງົວ ທີ່ບ້ານ ດອນກວດ, ເມືອງທຸລະຄົມ ແລະ ໄປຢ້ຽມຢາມ ກຸ່ມຜູ້ຜະລິດແນວພັນເຂົ້າ ທີ່ບ້ານ ໂພນຄຳ, ເມືອງ ເມືອງທະຄົມ, ແຂວງວຽງຈັນ.

ລົງຢຽມຢາມການຈັດຕັ້ງປະຕິປັດໂຄງການການ ຢູ່ ແຂວງວຽງຈັນ ໃນ Mission ຄັ້ງທີ 9
- Post author:admin
- Post published:27th ເດືອນກຸມພາ 2023
- Post category:Uncategorised
- Post comments:0 Comments
You Might Also Like

ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ເຂົ້້າຮ່ວມທັດສະນະສຶກສາກ່ຽວກັບ ການພັດທະນາລະບົບຕ່ອງໂສ້ມູນຄ່າການຜະລິດກະສິກຳ ທີ່ ສສ ຫວຽດນາມ.

ກອງປະຊຸມສະຫລຸບຜົນ ຂອງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 2
