ກອງປະຊຸມຕິດຕາມຊຸກຍູ້ ຄັ້ງທີ 3 ຂອງທິມງານທະນາຄານໂລກ ເພື່ອທົບທວນຜົນການ ຈັດຕັ້ງປະຕິບັດໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ປະຈຳແຂວງວຽງຈັນ.
ໃນວັນທີ 20 ກັນຍາ 2019 ໄດ້ມີການຈັດກອງປະຊຸມຕິດຕາມຊຸກຍູ້ ຄັ້ງທີ 3 ຂອງທິມງານທະນາຄານໂລກ ເພື່ອທົບທວນຜົນການຈັດຕັ້ງປະຕິບັດໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ປະຈຳແຂວງວຽງຈັນ, ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ສິງຄຳ ພົງສະຫວັນ, ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ທ່ານ Nicola Pontara ຜູ້ຈັດການທະນາຄານໂລກປະຈຳ...
ຫ້ອງການປະສານງານລົງຊຸກ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຢູ່ໃນ 05 ແຂວງເປົ້າຫມາຍ
ໃນລະຫວ່າວັນທີ 24 ຕຸລາ ເຖີງ 08 ພະຈິກ 2019 ຫ້ອງການປະສານງານໄດ້ລົງຊຸກ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຢູ່ໃນ 05 ແຂວງເປົ້າຫມາຍຄື: ແຂວງໄຊະບູລີ, ແຂວງວຽງຈັນ, ນະຄອນຫຼວງ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ. ໂດຍມີຜູ້ເຂົ້າຮ່ວມຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ...
ຄະນະປະສານງານ ແລະ ທີມງານທີ່ປຶກສາ ຂອງຫ້ອງການປະສານງານຂັ້ນສູນກາງລົງເຄື່ອນໄຫວເຮັດວຽກພາກສະໜາມທີ່ແຂວງ ບໍລິຄຳໄຊ ແລະ ແຂວງຄຳມ່ວນ.
ໃນລະຫວ່າງວັນທີ 18 – 22 ມີນາ 2019 ຄະນະປະສານງານ ແລະ ທີມງານທີ່ປຶກສາ ຂອງຫ້ອງການປະສານງານຂັ້ນສູນກາງ ໄດ້ລົງເຄື່ອນໄຫວເຮັດວຽກພາກສະໜາມ ເພື່ອນຳສະເໜີກ່ຽວກັບ ແຜນການຈັດຕັ້ງປະຕິບັດວຽກງານ ແລະ ຕິດຕາມປະເມີນຜົນ ຂອງໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ທີ່ແຂວງ ບໍລິຄຳໄຊ ແລະ ແຂວງຄຳມ່ວນ. ຈຸດປະສົງຂອງການລົງເຮັດວຽກພາສະໜາມໃນຄັ້ງນີ້ແມ່ເພື່ອ ເຜີຍແຜ່ກ່ຽວກັບວຽກງານ ການຕິດຕາມການປະເມີນຜົນ...
ກອງປະຊຸມເປີດການປະຕິບັດງານ (Kick off) ໃນການຕິດຕາມຄວາມຄືບໜ້າຂອງໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີສອງ
ໃນວັນທີ 26 ມີນາ 2019, ທີ່ ສະໂມສອນຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້, ໄດ້ມີການຈັດກອງປະຊຸມເປີດການປະຕິບັດງານ (Kick off) ໃນການຕິດຕາມຄວາມຄືບໜ້າຂອງໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີສອງ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສຸລິວົງ ໄຊຍະວົງ, ຮອງຫົວໜ້າກົມແຜນການ ແລະ ການເງິນ...